ສັງເກດການພັດທະນາເດັກນ້ອຍຈາກ ແຕ້ມຮຼບ

     ເຮົາລອງເອົາຮູບແຕ້ມທີ່ລູກຫລານທ່ານແຕ້ມລອງມາວັດລະດັບໄອຄິວກັນເລີຍວ່າລູກຫລາຍທ່ານ
ອາຍຸ ແລະ ແນວຄິດສົມດູນ ຫລື ແທດເໝາະກັບເດັກບໍ່.

IQ 1-80%           IQ ຕ່ຳ

IQ 90-110%       IQ ປົກກະຕິ

IQ 120-130%     IQ ສະຫລາດ

1. ລັກສະນັ້ນການແຕ້ມແບບ: ຂີດເຂ່ຍ 

          ບົ່ງບອກເຸຖິງຕົວເດັກວ່າໄອຄິວຫລືຄວາມສະຫລາດການນືກຄິດສະພາບລວມເທົ່າກັບເດັກ ປະມານ 1 ປີ - 7 ປີ ວາດອອກມາໄດ້ພຽງເທົ່ານີ້ອາດເກີດຈາກການນືກຄິດບໍ່ອອກເປັນເດັກປະເພດຄວາມຈຳສັ້ນ ແລະ ມີຫລາຍສຶ່ງທີ່ເກີດການກັງວົນໃນຊີວິດເຮັດໃຫ້ໂລກແຄບ ແລະ ບໍ່ຢາກກັນຕອງຫຍັງອອກມາຈາກຈິດໃຕ້ສຳນືກ ແລະ ເປັນພວກມີຄວາມອົດທົນສັ້ນເຮັດຫຍັງແບບບໍ່ແລ້ວເປັນຊິ້ນເປັນອັນປັບປ່ຽນໄປຕາມອາລົມເລື້ອຍໆພວກນີ້ຄືກຸ່ມຮັບຮູ້ໂລກຊ້າ ມີມູມສ່ວນຕົວສູງຂ້ອນຂ້າງເອົາແຕ່ໃຈ.



2. ລັກສະນັ້ນການແຕ້ມແບບ: ສົມຈຶງ ສົມຈັງ 
        ຮູບພາບຂອງເດັກນ້ອຍທີ່ມີອາຍຸຫຼາຍກວ່າ 7 ປີ ຂຶ້ນໄປຢູ່ປະມານໄວ 8 ປີ - 11 ປີ ຈະເບິ່ງເປັນ ທຳມະຊາດ. ບໍ່ວ່າຈະໃຊ້ສີ ຫຼື ບໍ່ໃຊ້ ແລະ ການສະເກັດພາບແນວຄວາມຄິດ ອອກມາເປັນລາຍລະອຽດຕົວຈິງ ຮູບຄົນຂອງຜູ້ຊາຍແມ່ນແບ່ງແຍກກັນຢ່າງຈະແຈ້ງລະຫວ່າງຊາຍ ແລະ ຍິງ, ເຊັ່ນວ່າຜູ້ຊາຍສູງແລະໃຫຍ່ນຸ່ງໂສ້ງ. ແມ່ຍິງນ້ອຍ, ແຕ່ງ ໜ້າ ແລະ ນຸ່ງສິ້ນ ຍ້ອນວ່າເດັກນ້ອຍໃນຍຸກນີ້ມີຄວາມເຂົ້າໃຈກ່ຽວກັບການແນມເຫັນ ແລະ ຈິດສຳນຶກການໃຊ້ຊີວິດໃນມູມຕ່າງໆ, ແລະ ພໍ່ແມ່ ຫລື ຄູອາຈານ ໄດ້ສອນພວກເຂົາກ່ຽວກັບສັດສ່ວນ ແລະ ສ່ວນປະກອບຂອງລັກສະນະຄົນ ຫລື ວັດຖຸສິ່ງຂອງ ແລະ ສອດແຊກດ້ວຍການສັງເກດຈື່ຈຳທີພົ້ນເດັ່ນອອກມາໃນຄວາມສະຫລາດຂອງເດັກທີ່ເຫັນໄດ້ຕາມວິຖີຊີວິດປະຈຳວັນ ເດັກໄວນີ້ຢູ່ໃນການທີ່ສືກສາທົດລອງຈິນຕະນາການຮັບຮູ້ເລື່ອງລາວທີ່ຜ່ານເຂົ້າມາໃນຊ່ວງເວລາຂອງຊີວິດມີຄວາມຈື່ຈຳແບບເກນຄົນປົກກະຕິທົ່ວໄປ.

3. ລັກສະນັ້ນການແຕ້ມແບບ: ມີເຫດຜົນ       
     ຮູບພາບຂອງເດັກນ້ອຍທີ່ມີອາຍຸ 12 ປີ ແລະ ຫລາຍກວ່າ 12 ປີ ຂຶ້ນໄປ ມັນແມ່ນອາຍຸໃນເວລາທີ່ມີການແຕ້ມດ້ວຍຈິດສຳນືກແບບປະສົມປະສານ ແລະ ມີເຫດຜົນເລືອງລາວສອດແຊກເຂົ້າໃນພາບກັບການຈິນຕະນາການ ຫລື ເລື່ອງທີເກິດຂື້ນຈຶງ ສະນັ້ນເຫດຜົນແມ່ນກ່ຽວຂ້ອງນັ້ນແມ່ນ, ສັບຊ້ອນຫຼາຍ, ເງົາ ແລະ ຂະໜາດນັ້ນນີ້ຫຼາຍເກັບເກືອບວ່າທຸກລາຍລະອຽດປານນຳສະເໜີເລື່ອງເຈາະລືກເຖິງສຶ່ງກ່ຽວພັນລະບຸແຕ່ງແຕ້ມຢ່າງລະອຽດມີພິກໄຫວໃນຄວາມສະຫລາດໃນການແຕ້ມແບບແທນເປັນເນື້ອເລື່ອງໄດ້ໂດຍບ່າງຄັ້າງກໍ່ຕ້ອງໄດ້ເປັນມູມຄວາມງາມແບບອາລົມສິລະປະ ບໍ່ແມ່ນການແຕ້ມໃຫ້ສົມຈິງ. ຖ້າສັງເກດເບິ່ງຮູບພາບຂອງເຮືອນຂອງເດັກນ້ອຍໃນຍຸກນີ້ ທ່ານຈະເຫັນວ່າເຮືອນບໍ່ແມ່ນຮູບ 2D ຮາບພຽງແຕ່ຈະມີຄວາມເລິກເພີ່ມເຕີມຂອງເຮືອນ. ຫລືມຸມມອງຈະມີສ່ວນປະກອບວັດຖຸສິ່ງຂອງເຄື່ອງໃຊ້ໃນຮູບພາບ ມີຮູບພາບທີ່ຊ້ອນແຝງເຊັ່ນ: ຄົນທີ່ຢູ່ໃກ້ຜູ້ໃຫຍ່. ຫລັງຜູ້ຄົນມີຖະໜົນ ຍິ່ງໄປກວ່ານັ້ນ, ຖ້າມີເຮືອນ ຫລື ຕົ້ນໄມ້, ພວກເຂົາສາມາດສື່ສານແຕ້ມອອກມາໃຫ້ເຫັນວ່າມັນຈະມີຂະ ໜາດ ນ້ອຍ. ເພາະເຮືອນມັນຕັ້ງຢູ່ໄກ, ສະນ້ນເຮົາສາມາດປະເມີນໄດ້ວ່າເດັກມີຄວາມສະຫລາດ ແລະ ຈື່ຈຳລາຍລະອຽດໃນການດຳລົງຊີວິດກັບສິ່ງຮອບຂ້າງສະພາບເວດລ້ອມໄດ້ດີ ແລະ ເຂົ້າໃຈໃນການແຍກປະເພດອາລົມຕົນເອງດ້ວຍເຫດ ແລະ ຜົນ ພວກນີ້ໄອຄິວດີກວ່າຄົນປົກກະຕິທົ່ວໄປ.












































ຖ້າພວກເຮົາຈະເຫັນເດັກນ້ອຍຄົນໃດທີມີ IQ ຂ້ອນຂ້າງດີ ກັບ IQ ທີ່ມີອາຍຸຕ່ຳກວ່າໄວ. ພວກເຮົາສາມາດເບິ່ງເຫັນໄດ້ງ່າຍ ດ້ວຍຮູບແຕ້ມຂອງເດັກນ້ອຍ ຖ້າຮູບແຕ້ມຍິ່ງມີລາຍລະອຽດການແຕ້ມຫຼາຍຂື້ນ ໂດຍສະເພາະແມ່ນສະທ້ອນໃຫ້ເຫັນຄວາມສະຫຼາດວ່າເດັກມີຄວາມເຂົ້າໃຈກ່ຽວກັບອັດຕາສ່ວນສຳນຶກປະມວນເຫດການໃນໃຊ້ຊີວິດສະເກັດພາບອອກມາໄດ້ ຫລືບໍ່? ໃນພາບສະທ້ອນໃຫ້ເຫັນຊີວິດຈິງຂອງເດັກວ່າໄອຄິວເດັກມີຄວາມສົມດູນກັບໄວຂອງເດັກ ຫລື ບໍ່. ແລະ ຖ້າອາຍຸເດັກຫລາຍຂື້ນແຮງມີການຢູ່ຮ່ວມສັງຄົມວົງກວ້າງ ພາບຊີວິດແຮງສະລັບຊັບຊ້ອນກວ່ານີ້ ສະນັ້ນແນວຄິດ ແລະ ການຮັບຮູ້ໃນຄວາມສະຫລາດການພັດທະນາຂອງເດັກຈະສື່ໄດ້ຕາມການແຕ້ມຮູບ ແລະ ຍັງບົ່ງບອກເຸຖິງອາລົມຂອງເດັກວ່າມີຄວາມສຸກ ຫລື ກຳລັງຢ້ານກວ່າ ຫລື ຍືດຕິດກັບຄວາມທຸກໃດໜື່ງເດັກຈະປິດກັ້ນການພັດທະນາຄວາມສະຫລາດ ຫລື ພັດທະນາພິກໄຫວໃຫ້ແກ່ຕົນເອງໂດຍບໍ່ຢາກແຕ້ມຮູບອອກມາດີປານໃດ ເພາະຝັງຕົນເອງໄວ້ໃນຄວາມເຄີຍຊິນ ແລະ ຈະບໍ່ຢາກຮັບຮູ້ສິ່ງໃໝ່ໆ ເດັກໄວນີ້ແມ່ນໄອຄິວຕ່ຳ ແລະ ຂ້ອນຂ້າງເອົາແຕ່ໃຈຕົນເອງໃຊ້ອາລົມເໜືອນເຫດຜົນ ອ່ອນແອຕໍ່ໂລກ ແລະ ມີໂລກສ່ວນຕົວສູງ.